Major transitions in 3B Group CO., LTD.

See how 3B Group CO., LTD. has grown through each milestone — building better experiences with every version.

ມອບເງິນຊຸກຍູ້ກອງປະຊຸມແຂວງວຽງຈັນ.

ບໍລິສັດ 3ບີ ກຣຸມ ຈຳກັດ

ໃນຄັ້ງວັນທີ 19/09/2025 ບໍລິສັດ 3ບີ ກຣຸບ ຈຳກັດ ໄດ້ມອບເງີນ ຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII.

ໂດຍເປັນຈຳນວນເງິນ 100,000,000 ກີບ.

ແລະ ໄດ້ຮັບໃບກຽດຕິຄຸນຈາກທາງ ຄະນະພັກ ແຂວງວຽງຈັນ.

ຂອບໃຈຮູບພາບຈາກເພຈເຟສບຸກ 3B Group.

ງານບຸນຊ່ວງເຮືອທ່າວັດຈັນ.

ບໍລິສັດ 3ບີ ກຣຸມ ຈຳກັດ

ພວກເຮົາໄດ້ສົ່ງທີມນັກກິລາຊ່ວງເຮືອຍິງຈາກ 3B Group Co., Ltd ແລະ ໄດ້ສ້າງປະຫວັດສາດໃໝ່ ດ້ວຍການຍາດໄດ້ ແຊ້ມ ອັນດັບ 1 🏆 ໃນປະເພນີຍິງ ງານບຸນຊ່ວງເຮືອທ່າວັດຈັນ ຢ່າງສະຫງ່າງາມ.

ທຸກການຮ່ວມໃຈຂອງທີມງານ ໄດ້ກາຍເປັນໄຊຊະນະອັນຫວານຊື່ນ. ນີ້ຄືພະລັງແຫ່ງຄວາມສາມັກຄີທີ່ແທ້ຈິງຂອງຄອບຄົວ 3B Group! 🙏🏻 ຂໍສະແດງຄວາມຍິນດີອີກຄັ້ງກັບນັກກິລາທຸກທ່ານ ແລະ ຂໍເຊີນທຸກຄົນຊົມພາບຄວາມມ່ວນຊື່ນ ແລະ ປະທັບໃຈທີ່ພວກເຮົາເກັບມານຳກັນ.

ຂອບໃຈຮູບພາບຈາກເພຈເຟສບຸກ 3B Group.

ງານບຸນແຫ່ພະຊາດເຜິ້ງ

ບໍລິສັດ 3ບີ ກຣຸມ ຈຳກັດ

ຄະນະຜູ້ບໍລິຫານ ແລະ ພະນັກງານຈາກ ບໍລິສັດ 3ບີ ກຣຸບ ຈຳກັດ (3B Group Co., Ltd) ພ້ອມດ້ວຍບໍລິສັດໃນເຄືອ, ໄດ້ຮ່ວມກັນສືບສານຮີດຄອງປະເພນີອັນດີງາມ ໂດຍການເຂົ້າຮ່ວມໃນງານບຸນນະມັດສະການອົງພະທາດຫຼວງວຽງຈັນ ປະຈຳປີ 2025.ພວກເຮົາທຸກຄົນໄດ້ຮ່ວມໃຈກັນ ແຫ່ພະສາດເຜິ້ງ ເພື່ອນະມັດສະການອົງພະທາດຫຼວງ, ເປັນການສ້າງບຸນກຸສົນຮ່ວມກັນໃນ ງານປະທາດຫຼວງ ຕອນທ່ຽງ.

ຂອບໃຈຮູບພາບຈາກເພຈເຟສບຸກ 3B Group.

ພິທີວາງສີລາລຶກໂຄງການພັດທະນາສູນຈໍາໜ່າຍສິນຄ້າພື້ນບ້ານ

ບໍລິສັດ 3ບີ ກຣຸມ ຈຳກັດ

ພິທີວາງສີລາລຶກ ໂຄງການດັ່ງກ່າວຈັດຂື້ນໃນວັນທີ 28 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາ ທ່ານການນໍາຂອງແຂວງ, ຄະນະອໍານວຍການບໍລິສັດ 3 ບີ ຈະເລີນການຄ້າກຣຸບ ຈໍາກັດຜູ້ດຽວ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີຕາງໜ້າບໍລິສັດ 3 ບີ ຈະເລີນການຄ້າກຮຸບ ຈໍາກັດຜູ້ດຽວ ໄດ້ລາຍງານກ່ຽວກັບສະພາບຄວາມເປັນມາ ແລະ ຄວາມຄືບໜ້າຂອງໂຄງການ ເຊິ່ງຕັ້ງຢູ່ເຂດບ້ານສີວິໄລ, ເມືອງ ທ່າແຂກ, ແຂວງຄໍາມ່ວນ, ໃນເນື້ອທີ່ຈໍານວນ 1.4 ເຮັກຕາ, ມີ 5 ກິດຈະກໍາຄື : ການພັດທະນາສູນຈໍາໜ່າຍສິນຄ້າພື້ນບ້ານ; ເຂດບໍລິການຈຸດພັກລົດ; ໂຮງແຮມ; ປໍ້ານໍ້າມັນ ແລະ ຮ້ານອາຫານ, ໃນມູນຄ່າການລົງທຶນຫຼາຍກ່ວາ 2 ລ້ານໂດລາສະຫະລັດ, ຄາດວ່າຈະໃຊ້ເວລາກໍ່ສ້າງທັງໝົດ 3 ປີ (ໄລຍະເວລາສໍາປະທານ 50 ປີ )

ທ່ານ ວັນໄຊ ພອງສະຫວັນ ໃນນາມຕາງໜ້າການນໍາແຂວງໄດ້ມີຄໍາເຫັນວ່າ : ໂຄງການກໍ່ສ້າງຕະຫຼາດຈໍາໜ່າຍຜະລິດຕະພັນສິນຄ້າພື້ນບ້ານຂອງບັນດາເມືອງ ເຊີ່ງຖືວ່າເປັນໂຄງການພັດທະນາທີ່ນອນໃນກິດຈະການທີ່ລັດຖະບານສົ່ງເສີມ ແລະ ເປັນໂຄງການບູລິມະສິດທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ IX ຂອງແຂວງຄໍາມ່ວນ. ການກໍ່ສ້າງສູນຈໍາໜ່າຍຜະລິດຕະພັນສິນຄ້າພື້ນບ້ານແຫ່ງນີ້ ນອກຈາກຈະສ້າງເງື່ອນໄຂໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນ ໄດ້ມີບ່ອນຈໍາໜ່າຍສິນຄ້າຂອງຕົນແລ້ວ ຍັງເປັນການປັບປຸງສະຖານທີ່ດັ່ງກ່າວ ໃຫ້ກາຍເປັນເຂດພັດທະນາທາງດ້ານພູມີທັດຂອງຕົວເມືອງທ່າແຂກໃຫ້ມີຄວາມສວຍງາມ ເພື່ອດຶງດູດຜູ້ເດີນທາງທ່ອງທ່ຽວພາຍໃນແຂວງ ແລະ ເດີນທາງຜ່ານແຂວງຄໍາມ່ວນໄດ້ໃຊ້ບໍລິການ. ຖ້າໂຄງການນີ້ສໍາເລັດກໍ່ຈະຊ່ວຍເປັນກໍາລັງແຮງທີ່ສໍາຄັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງຕັ້ງໜ້າ, ທັງຈະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນພາຍໃນແຂວງໃຫ້ນັບມື້ມີການພັດທະນາ.

ເພື່ອຄວາມເປັນສິຣິມຸງຄຸນ ແລະ ເລີກງາມຍາມດີເລີ່ມດໍາເນີນການກໍ່ສ້າງຢ່າງເປັນທາງການ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ເປັນກຽດຊ້ວນຊາຍ, ຕັດແຖບຜ້າ, ລັ່ນຄ້ອງ ຮ່ວມກັບ ທ່ານ ວັນໄຊ ພອງສະຫວັນ ພ້ອມດ້ວຍບັນດາທ່ານການນໍາ ແລະ ຮອງປະທານທີ່ປຶກສາຝ່າຍບໍລິຫານບໍລິສັດ.

ຂອບໃຈຮູບພາບຈາກເພຈເຟສບຸກ Khammouane News.

ທັດສະນະສຶກສາທີ່ໂຮງງານ

ບໍລິສັດ 3ບີ ກຣຸມ ຈຳກັດ

ພິທີວາງສີລາລຶກ ໂຄງການດັ່ງກ່າວຈັດຂື້ນໃນວັນທີ ວັນທີ 28 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ວັນໄຊ ພວັນທີ 28 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ວັນໄຊ ພ

ກິດຈະກຳສ້າງສັນພາຍໃນ

ໄດ້ຮັບໃບຍ້ອງຍໍກຽດຕິຄຸນຈາກ

ັພວກເຮົາໄດ້ເຂົ້າຮ່ວມທຸລະກິດກັບ

ວັນສ້າງຕັ້ງບໍລິສັດ

ບໍລິສັດ 3ບີ ກຣຸມ ຈຳກັດ

ພິທີວາງສີລາລຶກ ໂຄງການດັ່ງກ່າວຈັດຂື້ນໃນວັນທີ ວັນທີ 28 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ວັນໄຊ ພ

Copyright © 3B Group Co., Ltd All Rights Reserved Disclaimer..